Film

Xieng Dong Video & Film

ຮ້ອຍສະຖານທີ່ ຮ້ອຍເລື່ອງລາວປະສົບການຂອງທ່ານ ມອບໃຫ້ພວກເຮົາເລົ່າຜ່ານງານ Video & Film ດ້ວຍປະສົບການ ແລະ ຄວາມຊຳນານໃນວົງການຮູບເງົາຂອງພວກເຮົາ.

ກ່ຽວກັບພວກເຮົາ

ຕົວຢ່າງຜົນງານ

Xiengdong Video & Film ແມ່ນທີມງານຜະລິດສື່ສ້າງສັນທີ່ຕັ້ງຢູ່ນະຄອນຫຼວງພະບາງ, ເມືອງມໍລະດົກໂລກທີ່ເຕັມໄປດ້ວຍແຮງບັນດານໃຈ. ພວກເຮົາເກີດຂຶ້ນຈາກຄວາມຫຼົງໄຫຼໃນການບັນທຶກພາບເຄື່ອນໄຫວ ແລະ ການຖ່າຍທອດເລື່ອງລາວທີ່ມີຊີວິດ. ດ້ວຍການຜສານເຕັກໂນໂລຊີການຖ່າຍທຳທີ່ທັນສະໄໝ ເຂົ້າກັບຄວາມເຂົ້າໃຈໃນສິລະປະ ແລະ ບໍລິບົດຂອງທ້ອງຖິ່ນ, ພວກເຮົາຈຶ່ງສາມາດເນລະມິດທຸກໄອເດຍໃຫ້ກາຍເປັນຜົນງານວິດີໂອທີ່ໂດດເດັ່ນ ແລະ ມີພະລັງ.

ພວກເຮົາແມ່ນທີມງານກ່ຽວກັບສື່ສ້າງສັນ ເຊັ່ນ: ຮູບເງົາ, ສາລະຄະດີ ແລະ ໂຄສະນາ ທີ່ເຕັມໄປດ້ວຍສະລະຄວາມບັນເທີງ, ສີສັນ, ວັດທະນະທຳ, ເອກະລັກ, ຮີດຄອງປະເພນີ ແລະ ນຳຍຸກສະໄໝ. ເຄີຍຜ່ານການແຂ່ງຂັນ ສາມາດຮັບລາງວັນ ຕັ້ງແຕ່ລະດັບທ້ອງຖິ່ນ ໄປຫາລະດັບຊາດ ແລະ ອານຸພາກພື້ນມາແລ້ວ. ດ້ວຍທີມງານທີ່ມີທັກສະ, ຄວາມຊຳນານສະເພາະດ້ານ ມາປະກອບເຂົ້າກັນ ຈົນສາມາດສ້າງຄວາມເປັນເອກະລັກຂອງຜົນງານສູ່ສັງຄົມ.

ຄັງຜົນງານ

ເບິ່ງຜົນງານແຕ່ລະປີ

XiengDong Studio

A creative studio blending architecture, video & film, cartoon & graphic design, and digital creativity.
We turn ideas into powerful visuals, spaces, and digital experiences that inspire and connect.

Our Social

Xiengdong Graphic & Cartoon

ຮ້ອຍສະຖານທີ່ ຮ້ອຍເລື່ອງລາວປະສົບການຂອງທ່ານ ມອບໃຫ້ພວກເຮົາເລົ່າຜ່ານງານ Video & Film ດ້ວຍປະສົບການ ແລະ ຄວາມຊຳນານໃນວົງການຮູບເງົາຂອງພວກເຮົາ.

Contact

ທ່ານ ທະນົງສິນ ວິໄລພົງ
ຜຸ້ກໍ່ຕັ້ງ / ປະທານ

#ຈົບປະລິນຍາຕີ ສາຂາສື່ສານມວນຊົນ ຢູ່ມະຫາວິທະຍາໄລ ແຫ່ງຊາດ ສົກປີ2009.

 

#ມີຄວາມຊຽວຊານດ້ານການຖ່າຍພາບວີດີໂອ, ຕັດຕໍ່, ຊ່ວຍກຳກັບການສະແດງ ແລະ ເບິ່ງພາບລວມຂອງໜ້າວຽກຂອງໂຄງການ.

ທ່ານ ສອນປະສີດ ພັນພິລາ
ຜຸ້ກໍ່ຕັ້ງ / ຮອງປະທານ

#ຈົບຊັ້ນສູງ ສາຂາວິຈິດຕະກຳ ຢູ່ວິທະຍາໄລ ວິຈິດສິນ ຫຼວງພະບາງ ສົກປີ2008.

 

#ຈົບປະລິນຍາຕີ ສາຂາສື່ສານມວນຊົນ ຢູ່ມະຫາວິທະຍາໄລ ສຸພານຸວົງ ສົກປີ2026.

ທ່ານ ຈິດຕະກອນ ວິໄລພົງ
ຜຸ້ກໍ່ຕັ້ງ / ທີມງານ

#ຈົບປະລິນຍາຕີ ສາຂາສະຖາປັດຕະຍະກຳຫຼັກ ຢູ່ມະຫາວິທະຍາໄລ ສຸພານຸວົງ ສົກປີ2013. 

 

#ຊ່ວງຮຽນເຄີຍໄດ້ທຶນເຝິກງານໄປແລກປ່ຽນ ຢູ່ມະຫາວິທະຍາໄລສິລະປະກອນ ກຸງເທບ ປະເທດໄທ. ຫຼັງຈາກຈົບການສຶກສາໄດ້ເຮັດວຽກຢູ່ ບໍລິສັດອອກແບບທີ່ມີຊື່ສຽງແຫ່ງໜຶ່ງຢູ່ນະຄອນ ຫຼວງພະບາງ ໃນຕຳແໜ່ງ ທີມອອກແບບແນວຄິດຂອງໂຄງການ ພາຍໃນເວລາ8ປີ.

 

ຫຼັງຈາກເກັບກ່ຽວປະສົບການ ຈຶ່ງໄດ້ຕັ້ງບໍລິສັດຮ່ວມກັບໝູ່ ໃນຊື່”ເຮີລີເທດ ສະຕູດີໂອ” ໄດ້ດຳເນີນໄດ້3ປີ. ຈຶ່ງໄດ້ຕັດສິນໃຈມາສ້າງຕັ້ງ ບໍລິສັດເປັນຂອງຕົນເອງ ໃນຊື່ບໍລິສັດ “ຊຽງດົງ ສະຕູດີໂອ”.

ທ່ານ ທະນູໄຊ ພົງສະຫວັດ
ຜູ້ຈັດການ / ທີມງານ

#ຈົບປະລິນຍາຕີ ສາຂາສະຖາປັດຕະຍະກຳຫຼັກ ຢູ່ມະຫາວິທະຍາໄລ ສຸພານຸວົງ ສົກປີ2014.

 

#ເຮັດໜ້າທີບໍລິຫານຈັດການທີມ.

Xiengdong Architect

An architecture studio focused on clean design, smart solutions, and timeless spaces. We believe good architecture balances aesthetics, function, and human experience.

Contact