ເບິງຜົນງານ
XiengDong Studio -
ພວກເຮົາອອກແບບ ແລະ ພັດທະນາ
ງານສະຖາປັດຕະຍະກຳທີ່ໂດດເດັ່ນ ແລະ ມີເອກະລັກສະເພາະຕົວ ໂດຍຊ່ຽວຊານທ້ອງຖິ່ນໃນຫຼວງພະບາງ
About us
ກ່ຽວກັບພວກເຮົາ
Xieng Dong Architec ແມ່ນບໍລິສັດອອກແບບດ້ານສະຖາປັດຕະຍະກຳ ຕັ້ງແຕ່ອາຄານຂະໜາດນ້ອຍ ຈົນໄປເຖິງອາຄານສາທາລະນະ ຂະໜາດໃຫຍ່ ເນັ້ນໃຫ້ອາຄານມີຊີວິດຊີວາ ແລະ ເອກະລັກສະເພາະຂອງອາຄານໃນພື້ນທີ່ນັ້ນໆ, ເຊິ່ງມີທີມງານທີ່ມີປະສົບການ ມີຄວາມຊຳນານສະເພາະດ້ານ ທີ່ຮຽນຈົບພາຍໃນປະເທດລາວ ແລະ ຕ່າງປະເທດ.
ວິໄສທັດ
ຍົກລະດັບມາດຕະຖານການອອກແບບ ແລະ ການກໍ່ສ້າງ ໃຫ້ເປັນທີ່ຍອມຮັບໃນລະດັບສາກົນ ໂດຍເນັ້ນຄວາມຄິດສ້າງສັນທີ່ຕອບໂຈດທັງຄວາມງາມ ແລະ ປະໂຫຍດໃຊ້ສອຍຢ່າງສູງສຸດ.

ທ່ານ ຈິດຕະກອນ ວິໄລພົງ
ຜຸ້ກໍ່ຕັ້ງ / ປະທານ
Our work
ບໍລິການຂອງພວກເຮົາ
ການອອກແບບສະຖາປັດຕະຍະກຳ

ພວກເຮົາອອກແບບອາຄານໂດຍຄຳນຶງເຖິງ ຄວາມງາມ, ການໃຊ້ງານ, ແລະ ບໍລິບົດຂອງພື້ນທີ່ ສ້າງສັນພື້ນທີ່ພາຍໃນໃຫ້ມີບັນຍາກາດທີ່ໂດດເດັ່ນ ແລະ ສະທ້ອນເຖິງຕົວຕົນຂອງເຈົ້າຂອງອາຄານເປັນຫຼັກ ເຊັ່ນ: ອອກແບບເຮືອນພັກອາໄສ ແລະ ວິລລາ , ອອກແບບໂຮງແຮມ, ຣີສອດ ແລະ ຮ້ານອາຫານ, ການອອກແບບທີ່ເນັ້ນເອກະລັກຫຼວງພະບາງ ແລະ ຮ່ວມສະໄໝ
ການໃຫ້ຄຳປຶກສາ ແລະ ວາງແຜນ

ບໍລິການໃຫ້ຄຳປຶກສາສຳລັບໂຄງການຂະໜາດໃຫຍ່ ຫຼື ໂຄງການໃນເຂດອະນຸລັກ ວາງແຜນຜັງລວມຂອງໂຄງການ ໃຫ້ຄຳປຶກສາດ້ານລະບຽບການກໍ່ສ້າງໃນເຂດມໍລະດົກໂລກ ແລະ ປະເມີນຄວາມເປັນໄປໄດ້ຂອງໂຄງການ.
ການຄຸ້ມຄອງການກໍ່ສ້າງ

ເພື່ອໃຫ້ໝັ້ນໃຈວ່າ ວຽກທີ່ອອກແບບມາຈະຖືກສ້າງຂຶ້ນຢ່າງຖືກຕ້ອງຕາມມາດຕະຖານ ແລະ ງົບປະມານ ຄວບຄຸມງານກໍ່ສ້າງໃຫ້ເປັນໄປຕາມແບບ ກວດສອບຄຸນນະພາບວັດສະດຸ ແລະ ເຕັກນິກການຊ່າງ ບໍລິຫານຈັດການໄລຍະເວລາໃຫ້ທັນຕາມກຳນົດ
Our Partner
ຄູ່ຮ່ວມມືຂອງພວກເຮົາ




Meet the team